settings icon
share icon
ຄຳຖາມ

ພຣະເຈົ້າມີຢູ່ຈິງແທ້ບໍ່? ມີຫຼັກຖານພິສູດວ່າພຣະເຈົ້າມີຢູ່ຈິງແທ້ບໍ່?

ຄຳຕອບ


ພຣະເຈົ້າມີຢູ່ຈິງແທ້ບໍ່? ຂ້າພຣະເຈົ້າພົບວ່າມັນເປັນເລື້ອງທີ່ໜ້າສົນໃຈຫຼາຍ ຈະໃຫ້ເລື້ອງນີ້ເປັນຫົວຂໍ້ໃນ ການອະທິບາຍ. ການສຳຫຼວດຄັ້ງຫຼ້າສຸດພົບວ່າກວ່າ 90% ຂອງຄົນທີ່ຢູ່ບົນໂລກນີ້ ເຊື່ອວ່າພຣະເຈົ້ານັ້ນມີຢູ່ແທ້ຈິງ ຫຼືບໍ່ກໍ່ເປັນຜູ້ທີ່ມີລິດອຳນາດ.ແຕ່ດ້ວຍເຫດຜົນບາງປະການ ທີ່ຄວາມຮູ້ສຶກເຖິງການຮັບຜິດຊອບຖືກວາງໄວ້ບົນຫົວຂໍ້ ຂອງການສຳຫຼວດເຫຼົ່ານີ້ ຜູ້ທີ່ມີຄວາມເຊື່ອກໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງ. ແຕ່ຕົວຂ້າພຣະເຈົ້າເອງ, ຄິດວ່າມັນຄວນຈະ ເປັນອີກທາງໜຶ່ງ.

ເຖິງຢ່າງໃດກໍ່ຕາມ, ການມີຢູ່ຈິງຂອງພຣະເຈົ້າບໍ່ໄດ້ເປັນເຄື່ອງພິສູດວ່າຈິງຫຼືບໍ່ຈິງ. ພຣະຄຳພີໄດ້ບອກໃຫ້ຮູ້ວ່າເຮົາຮູ້ ວ່າພຣະເຈົ້າມີຈິງ ”ຕ້ອງຕ້ອນຮັບພຣະເຍຊູຄຣີດສເຂົ້າມາໃນຊີວິດດ້ວຍຄວາມເຊື່ອ ແລະ ວາງໃຈໃນພຣະອົງ ໂດຍ ເຊື່ອວ່າພຣະອົງມີຢູ່ຈິງ (ພຣະທຳອິບຣູ ບົດທີ 11 ຂໍ້ທີ 6). ບອກວ່າ “ແຕ່ຖ້າບໍ່ມີຄວາມເຊື່ອແລ້ວຈະເປັນທີພໍໃຈ ຂອງພຣະເຈົ້າກໍ່ບໍ່ໄດ້ເລີຍ ເພາະວ່າຜູ້ທີ່ຈະມາຫາພຣະເຈົ້າໄດ້ນັ້ນ ຕ້ອງເຊື່ອວ່າພຣະເຈົ້າຍັງດຳລົງຊີວິດຢູ່ ແລະ ພຣະອົງເປັນຜູ້ປະທານບຳເໜັນໃຫ້ແກ່ທຸກຄົນທີ່ສະແຫວງຫາພຣະອົງ” . ຖ້າເປັນສິ່ງທີ່ພຣະເຈົ້າປາຖະໜາທີ່ຈະກະທຳ ພຣະອົງກໍ່ອາດຈະມາໃຫ້ເຫັນໄດ້ໂດຍງ່າຍ ແລະ ເພື່ອພິສູດໃຫ້ຮູ້ທົ່ວເຖິງກັນທັງໂລກນີ້ ວ່າພຣະອົງຍັງຢູ່” ແຕ່ຖ້າພຣະອົງກະທຳເຊັ່ນນັ້ນກໍ່ຈະມິຜູ້ທີ່ບໍ່ມິຄວາມເຊື່ອ ດັ່ງນັ້ນພຣະອົງໄດ້ກ່າວຕໍ່ໄປອີກວ່າ “ເພາະທ່ານໄດ້ເຫັນເຮົາທ່ານຈຶ່ງເຊື່ອ ຜູ້ທີ່ບໍ່ເຫັນເຮົາແຕ່ມີຄວາມເຊື່ອກໍ່ເປັນສຸກ” (ເບິ່ງໃນພຣະທຳຢອນ ບົດທີ 20 ຂໍ້ທີ 29).

ນັ້ນກໍ່ບໍ່ໄດ້ໝາຍຄວາມວ່າຈະມີຫຼັກຖານພິສູດວ່າ ພຣະເຈົ້າມິຢູ່ຈິງ ພຣະຄຳພີໄດ້ບອກແກ່ເຮົາວ່າ (ເບິ່ງພຣະທຳສັນລະ ເສີນ ບົດທີ 19 ຂໍ້ທີ 1-4). ”ຟ້າສະຫວັນປະກາດພຣະສິຣິຂອງພຣະເຈົ້າ ແລະ ພາກພື້ນຟ້າສຳແດງພຣະອິດທິລິດ ຂອງພຣະອົງ. ວັນສົ່ງຖ້ອຍຄຳໃຫ້ແກ່ວັນຄືນແຈ້ງຄວາມຮູ້ໃຫ້ແກ່ຄືນ ວາຈາບໍ່ມີຖ້ອຍຄຳກໍ່ບໍ່ມີ ແລະ ກໍ່ບໍ່ມີໃຜໄດ້ຍິນ ສຽງຟ້າ. ເຖິງປານນັ້ນສຽງຟ້າກໍ່ອອກໄປທົ່ວແຜ່ນດິນໂລກ ແລະ ຖ້ອຍຄຳກໍ່ແຜ່ອອກໄປສຸດປາຍພິພົບ” ໃຫ້ເບິ່ງທີ່ດວງ ດາວໃຫ້ເຂົ້າໃຈເຖິງຄວາມຍີ່ງໃຫຍ່ຂອງຈັກກະວານ. ໃຫ້ສັງເກດເບິ່ງຄວາມປະຫຼາດຂອງທຳມະຊາດ ການເຫັນຄວາມ ສວຍງາມຂອງດວງອາທິດຕົກ ທັງໝົດນີ້ຄືສະຫວັນທີ່ພຣະເຈົ້າໄດ້ສ້າງ. ຖ້າສິ່ງເຫຼົ່ານີ້ຍັງບໍ່ພຽງພໍ ກໍ່ຍັງມີພະຍານຫຼັກ ຖານຂອງພຣະເຈົ້າອີກຄື ຫົວໃຈຂອງຄົນເຮົາເອງ. ພຣະທຳປັນຍາ ບົດທີ 3 ຂໍ້ທີ 11 ບອກໄວ້ວ່າ “ພຣະອົງໄດ້ ກະທຳໃຫ້ຊັບພະສິ່ງສວຍງົດງາມຕາມລະດູການຂອງມັນ. ພຣະອົງໄດ້ບັນລຸນິລັນການໄວ້ໃນຈິດມະນຸດ, ແຕ່ມ່ະນຸດຍັງ ບໍ່ທັນເຫັນວ່າພຣະເຈົ້າໄດ້ກະທຳໄວ້ຕັ້ງແຕ່ປະຖົມການຈົນສຸດປາຍ”. ມີບາງສິ່ງຢູ່ລຶກລົງໄປໃນຄວາມຮູ້ສຶກນຶກຄິດຂອງ ພວກເຮົາ ແລະ ບາງສິ່ງທີ່ຢູ່ເໜືອຊີວິດນີ້ ແລະ ມີບາງຄົນຢູ່ເໜືອນໂລກນີ້. ເຮົາສາມາດທີ່ຈະປະຕິເສດຄວາມຮູ້ ແລະ ສະຕິປັນຍາທີ່ສະຫວຽດສະຫຼາດໄດ້ ແຕ່ພຣະເຈົ້າໄດ້ສະຖິດຢູ່ໃນພວກເຮົາ. ນອກເໜືອໄປຈາກນີ້ພຣະຄຳພີຍັງໄດ້ ເຕືອນເຮົາເຖິງເລື້ອງການປະຕິເສດການດຳລົງຢູ່ຂອງພຣະເຈົ້າ (ເບິ່ງພຣະທຳສັນລະເສີນບົດທີ 14 ຂໍ້ທີ 1). ຄົນໂງ່ລຳພຶງຢູ່ໃນຈິດໃຈຂອງຕົນເອງວ່າ “ບໍ່ມີພຣະເຈົ້າ” ຜູ້ຄົນທຸກຫົນແຫ່ງທີ່ຢູ່ໃນປະຫວັດສາດ ທຸກວັນນະກຳທຸກ ຊາດທຸກຄົນເຊື່ອວ່າມີພຣະເຈົ້າຢູ່ຈິງກວ່າ 98% ແລະ ຜູ້ທີ່ເຊື່ອວ່າພຣະເຈົ້າມີຢູ່ຈິງກໍ່ເປັນພວກດຽວກັນ ຕ້ອງມີສາຍເຫດທີ່ເຮັດໃຫ້ເຊື່ອເຊັ່ນນັ້ນ.

ຂໍເພີ້ມເຕີມກ່ຽວກັບຫຼັກຖານໃນພຣະຄຳພີໃນເລື້ອງພຣະເຈົ້າມີຢູ່ຈິງ ມີຂໍ້ພິສູດທາງຕັກກະວິທະຍາ ທີ່ຕັດສິນດ້ວຍເຫດ ຜົນຄືປະການທຳອິດຄືມີການຮູ້ຈ າກຂໍ້ພິສູດທີ່ຈະເຂົ້າໃຈທີ່ມາຂອງຫຼັກຖານ ເຊິ່ງເປັນທີ່ນິຍົມກັນໄປທົ່ວໄປສ່ວນໃຫຍ່ ແລະ ເປັນແບບແຜນຂອງການຮູ້ແລະເຂົ້າໃຈໂດຍພື້ນຖານ ຄືການໃຫ້ຂໍ້ຄິດເຫັນໃນການພິສູດວ່າພຣະເຈົ້າມີຢູ່ແທ້ຈິງ. ເລີ່ມຕົ້ນດ້ວຍການໃຫ້ຄຳຈຳກັດຄວາມຂອງພຣະເຈົ້າວ່າ “ພຣະອົງຍິ່ງໃຫ່ຍກວ່າທີ່ເຮົາຄິດ” ມັນເປັນການພິສູດວ່າການ ທີ່ມີພຣະເຈົ້າຢູ່ຍິ່ງໃຫຍ່ກວ່າການບໍ່ມີພຣະເຈົ້າ. ພຣະເຈົ້າອາດຈະບໍ່ຍິ່ງໃຫຍ່ທີ່ສຸດຕາມທີ່ເຮົາເຂົ້າໃຈ, ແຕ່ສິ່ງນັ້ນອາດຈະ ຂັດແຍ້ງກັບຄຳຈຳກັດຄວາມຂອງພຣະເຈົ້າຢ່າງຫຼາຍກໍ່ໄດ້ ປະການທີສອງການຫາຂໍ້ພິສູດທີ່ຢູ່ໄກອອກໄປ - ການຫາ ຂໍ້ພິສູດໃນຂໍ້ນີ້ເລີ້ມແຕ່ການສະແດງໃຫ້ຮູ້ເຖິງຈັກກະວານ, ເຊິ່ງໄດ້ມີການອອກແບບມາຢ່າງໜ້າອັດສະຈັນ ໂດຍມີພຣະ ເຈົ້າເປັນຜູ້ອອກແບບຄົງຕົວຢ່າງເຊັ່ນ ຖ້າໂລກໄດ້ຢູ່ໃກ້ຫຼືຫ່າງຈາກດວງອາທິດໄກອອກໄປ. ໂລກກໍ່ບໍ່ສາມາດຄໍ້າຈູນ ສິ່ງທີ່ມີຊີວິດບົນໂລກໄດ້. ຖ້າສ່ວນປະກອບຂອງສຳຄັນຂອ ງບັນຍາກາດມີຈຳນວນເປີເຊັນເຫຼືອໜ້ອຍລົງ ກໍ່ຈະຊີ້ໃຫ້ ເຫັນຄວາມແຕກຕ່າງ. ທຸກສິ່ງທຸກຢ່າງບົນໂລກຄົງຈະຕ້ອງຕາຍ. ຈຳນວນເລກຄີກໃນໂປຣຕີນໂມລະກູນ ກໍ່ຈະປ່ຽນຮູບໄປເປັນ 1 ໃນ 10 ຍົກກຳລັງ ( ນັ້ນຄືເອົາເລກ 10 ຄູນດ້ວຍ 234 ເທົ່າ 2340’s) ໃນ 1 ເຊລປະກອບດ້ວຍຫຼາຍໆລ້ານໂມລະກູນໂປຕີນ.

ປະການທີສາມການຫາຂໍ້ພິສູດທາງຕັກກະວິທ ະຍາເລື້ອງການມີຢູ່ຈິງຂອງພຣະເຈົ້າຂອງຫຼັກຖານ. ນັ້ນຖືກເອີ້ນວ່າ ຂໍ້ພິສູດກ່ຽວກັບໂຄງສ້າງ ແລະ ການກຳເນີດຂອງຈັກກະວານ ທຸກໆຜົນທີ່ເກີດຂື້ນຍ່ອມມີສາຍເຫດ ຈັກກະວານນີ້ ແລະ ທຸກໆສິ່ງທີ່ເກີດຂື້ນມັນເປັນຜົນຕ້ອງມີບ າງສິ່ງບາງຢ່າງເປັນເຫດທີ່ໄດ້ມານັ້ນເປັນສິ່ງທີ່ມີຢູ່ຈິງ ສິ່ງທີ່ບໍ່ໄດ້ ເປັນຂໍ້ມູນເຫດກໍ່ຄືພຣະເຈົ້າ. ປະການທີສີ່ຂອງການພິສູດເລື້ອງການມີຢູ່ຈິງຂ ອງພຣະເຈົ້າຄືຂໍ້ພິສູດເລື້ອງຫຼັກທຳມະຈະ ຣິຍາ. ຄວາມຮູ້ສຶກຜິດຊອບຊົ່ວດີທຸກໆວັນນະທຳ ແລະ ອາຣິຍຳທຳ ໂດຍຕະຫຼອດທັງເຫດການໃນອະດີດນັ້ນໄດ້ມີ ກົດເກນ ແລະ ກົດໝາຍເກີດຂື້ນ ຄືທຸກໆຄົນໄດ້ສຳພັດເຖິງສຳນຶກຄວາມຜິດຊອບຊົ່ວດີຜິດຖືກ ການຂ້າກັນ, ການຂີ້ ຕົວະຫຼອກລວງ, ການລັກຊັບ ແລະ ການກະທຳຜິດສິນລະທຳຈະຖືກປ ະຕິເສດຢ່າງສີ້ນເຊີງຈາກທຸກໆທີ່ທຸກໆແຫ່ງ - ສຳນຶກແຫ່ງຄວາມຖືກຜິດຈະມາຈາກບ່ອນໃດ. ຖ້າຫາກບໍ່ໄດ້ມາຈາກພຣະຜູ້ເປັນເຈົ້າຜູ້ບໍລິສຸດ?

ນອກເໜືອຈາກທີ່ກ່າວມານີ້, ພຣະຄຳພີໄດ້ບອກພວກເຮົາວ່າ ມະນຸດຈະປະຕິເສດຄວາມບໍລິສຸດ ແລະ ຈະປະຕິເສດ ບໍ່ໄດ້ໃນເລື້ອງຂອງພຣະເຈົ້າແຕ່ຈະເຊື່ອໃນເລື້ອງທີ່ຂີ້ຕົວະ ພຣະທຳໂຣມບົດທີ 1 ຂໍ້ທີ 25 ບອກໄວ້ວ່າ ”ເພາະເຂົາໄດ້ເອົາຄວາມຈິງເລື້ອງຂອງພຣະເຈົ້າມາແລກກັບຄວາມທັດ ແລະ ໄດ້ນະມັດສະການ ແລະໄດ້ປົນນິບັດ ສິ່ງທີ່ພຣະອົງໄດ້ສ້າງໄວ້ແທນພຣະອົງຜູ້ທີ່ໄດ້ສ້າງ ເຊິ່ງຈະຄວນໄດ້ຮັບຄວາມສັນລະເສີນເປັນນິດ ອາເມນ”. ພຣະຄຳພີໄດ້ປະກາດໃຫ້ຮູ້ຢ່າງເປີດ ເຜີຍວ່າຜູ້ຄົນທີ່ບໍ່ຍອມເຊື່ອຟັງພຣະເຈົ້າ (ເບິ່ງໃນພຣະທຳໂຣມບົດທີ 1 ຂໍ້ທີ 20). “ຕັ້ງແຕ່ເລີ້ມສ້າງໂລກມາແລ້ວ ສະພາບທີ່ບໍ່ປະກົດຂອງພຣະເຈົ້ານັ້ນຄື ລິດອະນຸພາບອັນຖາວອນ ແລະ ເທວະສະ ພາບຂອງພຣະອົງກໍ່ໄດ້ປະກົດຢ່າງຊັດເຈນໃນສະຫວັນ ສິ່ງທີ່ໄດ້ສ້າງ. ສະນັ້ນ, ຂ້າທັງຫຼາຍຈຶ່ງບໍ່ມີຂໍ້ແກ້ຕົວເລີຍ”

ມະນຸດທີ່ອ້າງວ່າບໍ່ເຊື່ອພຣະເຈົ້າເພາະວ່າ “ມັນບໍ່ແມ່ນແນວທາງຂອງວິທະຍາສາດ” ຫຼື “ເພາະວ່າບໍ່ມີຂໍ້ພິສູດ” (ເບິ່ງໃນພຣະທຳໂຣມບົດທີ 3 ຂໍ້ທີ 23 ແລະ ບົດທີ 6 ຂໍ້ທີ 23). ຖ້າພຣະເຈົ້າມີຢູ່ຈິງແລ້ວ ເຮົາກໍ່ຕ້ອງເປັນຜູ້ຮັບ ຜິດຊອບຕໍ່ການກະທຳຂອງເຮົາຕໍ່ພຣະອົງ. ຖ້າຫາກພຣະເຈົ້າບໍ່ມີຈິງເຮົາກໍ່ຈະສາມາດກະທຳສິ່ງໃດກໍ່ໄດ້ຕາມໃຈ ຂອງເຮົາ ແລະ ເຮົາກໍ່ບໍ່ຕ້ອງກັງວົນວ່າພຣະເຈົ້າຈະມາພິພາກສາເຮົາ. ຂ້າພະເຈົ້າເຊື່ອວ່າເພາະເຫດໃດທີ່ການວິ ວັດທະນາການ ນັ້ນຖືກຍຶດຕິດກັບສັງຄົມຂອງເຮົາຢ່າງຮຸນແຮງຂື້ນໃນຫຼາຍທາງ - ເພື່ອໃຫ້ມະນຸດ ຫຼືຜູ້ຄົນມີອີກທາງ ເລືອກໜຶ່ງທີ່ຈະເຊື່ອວ່າພຣະເຈົ້າເປັນຜູ້ສ້າງ ພຣະອົງມີຢູ່ຈິງ ແລະ ທຸກໆຄົນຕ້ອງຮູ້ຈັກວ່າພຣະເຈົ້າມີຢູ່ຈິງ.

ຂ້າພະເຈົ້າຂໍອະນຸຍາດຫາຂໍ້ພິສູດອີກຈັກຂໍ້ ເຊິ່ງເປັນຂໍ້ສຸດທ້າຍໃນເລື້ອງຂອງການມີຢູ່ຈິງຂອງພຣະເຈົ້າເຮົາຈະຮູ້ໄດ້ ຢ່າງໃດວ່າພຣະເຈົ້າມີຢູ່ຈິງ? ຂ້າພະເຈົ້າຮູ້ວ່າພຣະເຈົ້າມີຢູ່ຈິງເພາ ະວ່າຂ້າພະເຈົ້າໄດ້ເວົ້າລົມກັບພຣະອົງທຸກໆວັນ. ຂ້າພະເຈົ້າບໍ່ສາມາດທີ່ຈະໄດ້ຍິນສຽງຂອງພຣະອົງ ເຊິ່ງພຣະອົງໄດ້ຕອບຫຼັງຈາກນັ້ນ. ແຕ່ຂ້າພະເຈົ້າຮູ້ເຖິງການສະຖິດ ຢູ່ຂອງພຣະອົງ ຮູ້ສຶກເຖິງການນຳຂອງພຣະອົງ ຮູ້ເຖິງຄວາມຮັກຂອງພຣະອົງ ຂ້າພະເຈົ້າຕອ້ງການຄວາມເມດຕາ ຂອງພຣະອົງ ມີຫຼາຍສິ່ງທີ່ໄດ້ເກີດຂື້ນໃນຊີວິດຂອງຂ້າພະເຈົ້າ. ເຊິ່ງຂ້າພະເຈົ້າບໍ່ສາມາດທີ່ຊ່ວຍໄດ້ຕາມຄວາມຮັບຮູ້ ແລະ ສັນສະເສີນພຣະອົງໃນການຄົງຢູ່ຂອງພຣະອົງ. ສຸດທ້າຍນີ້ຈາກພຣະທຳ ອິບຣູ ບົດທີ 11 ຂໍ້ທີ 6 ບອກວ່າ “ຜູ້ທີ່ຈະມາເຝົ້າພຣະອົງໄດ້ນັ້ນຕ້ອງເຊື່ອວ່າພຣະອົງມີຢູ່ຈິງ ຄວາມເຊື່ອ ແລະ ການວາງໃຈໃນພຣະເຈົ້ານັ້ນບໍ່ໄດ້ເໝືອນ ກັບການທີ່ຄົນຕາບອດໄດ້ກະໂຈນເຂົ້າໄປສູ່ຄວາມມືດ ແຕ່ມັນເປັນການກ້າວໄປໃນສິ່ງທີ່ມີຄົນຢືນຢູ່ໃນນັ້ນເຖິງ 90%”.

English



ກັບໄປທີ່ໂຮມເພດຂອງການແປພາສາ

ພຣະເຈົ້າມີຢູ່ຈິງແທ້ບໍ່? ມີຫຼັກຖານພິສູດວ່າພຣະເຈົ້າມີຢູ່ຈິງແທ້ບໍ່?
© Copyright Got Questions Ministries