settings icon
share icon
ຄຳຖາມ

ຂ້ອຍໄດ້ຮັບເຊື່ອໃນອົງພະເຢຊູເຈົ້າແລ້ວ.. ຕ້ອງເຮັດຫຍັງຕໍ່ຈາກນີ້?

ຄຳຕອບ


ຂໍສະແດງຄວາມຍີນດີ ທີ່ທ່ານໄດ້ຕັດສິນໃຈປ່ຽນແປງຊິວິດຂອງທ່ານ! ບາງທີທ່ານກຳລັງຖາມຕົວເອງວ່າ “ແມ່ນຫຍັງຈະເກີດຂື້ນ ?” ຂ້າພະເຈົ້າຈະເລີ້ມຕົ້ນເດີນທາງໄປກັບພຣະເຈົ້າໄດ້ແນວໃດ? ມີ 5 ຂັ້ນຕອນ ທີ່ໄດ້ບອກ ໄວ້ໃນຂ້າງລຸ່ມນີ້ເຊິ່ງມາຈາກພຣະຄຳພີທີ່ໄດ້ຊີ້ບອກທາງໃຫ້ແກ່ທ່ານ. ເມື່ອທ່ານມີຄຳຖາມທີ່ທ່ານ ດ້ເດີນທາງໄປກັບ ພຣະເຍຊູແລ້ວ ທ່ານຢາກຈະຖາມຄຳຖາມ ໃຫ້ເຂົ້າໄປທີ່ເວັບໄຊທ໌ www.GotQuestions.org/Lao

1. ທ່ານຕ້ອງແນ່ໃຈວ່າທ່ານມີຄວາມເຂົ້າໃຈໃ ນເລື້ອງການຊ່ວຍໃຫ້ລອດພົ້ນຈາກຄວາມບາບ.

ພຣະທຳຢອນ ບົດທີ 1 ຂໍ້ທີ 13 ບອກພວກເຮົາວ່າ “ຂໍ້ຄວາມເຫຼົ່ານີ້ຂ້າພະເຈົ້າໄດ້ຂຽນເຖິງທ່ານທັງຫຼາຍທີ່ເຊື່ອໃນ ພຣະນາມຂອງພຣະບຸດຂອງພຣະເຈົ້າ ເພື່ອທ່ານທັງຫຼາຍຈະໄດ້ຮັບຮູ້ວ່າທ່ານມີຊີວິດນີລັນ” ພຣະເຈົ້າຕ້ອງການໃຫ້ ພວກເຮົາເຂົ້າໃຈໃນຄວາມໝາຍຂອງຄຳວ່າ ການຊ່ວຍໃຫ້ລອດພົ້ນຈາກຄວາມບາບ ແລະ ບຶງໄຟນາລົກ. ພຣະເຈົ້າ ຕ້ອງການໃຫ້ເຮົາມິຄວາມເຊື່ອໝັ້ນໃນຄວາມເຂົ້າໃຈນັ້ເພື່ ອທີ່ຈະໄດ້ແນ່ໃຈວ່າເຮົາຈະໄດ້ຮັບການຊ່ວຍກູ້ຈາກຄວາມບາບ. ສະຫຼຸບໂດຍລວມວ່າພວກເຮົາສຶກສາຢ່າງລະອຽດວ່າ ປະເດັນຫຼັກໆຂອງການຊ່ວຍໃຫ້ລອດພົ້ນຈາກຄວາມບາບມີຫຍັງ ແດ່:

a. ເຮົາທຸກຄົນເປັນຄົນບາບ ເຮົາໄດ້ກະທຳສິ່ງທີ່ພຣະເຈົ້າບໍ່ພໍໃຈ (ເບິ່ງໃນພຣະທຳໂຣມບົດທີ 3 ຂໍ້ທີ 23).

b. ເນື່ອງຈາກຄວາມບາບຂອງເຮົາ, ເຮົາເປັນຜູ້ທີ່ສົມຄວນໄດ້ຣັບການລົງໂທດ ແລະ ຖືກແຍກອອກຈາກພະເຈົ້ານິລັນ (ເບິ່ງໃນພຣະທຳໂຣມບົດທີ 6 ຂໍ້ທີ 23).

c. ພຣະເຍຊູສິ້ນຊີວິດບົນໄມ້ກາງເຂນເພື່ອໄຖ່ຄວາມຜິດບາບຂອງເຮົາ (ເບິ່ງໃນພຣະທຳໂຣມບົດທີ 5 ຂໍ້ທີ 8, ພຣະທຳ 2 ໂຄຣີນ ບົດທີ 5 ຂໍ້ທີ 21). ພຣະເຍຊູໄດ້ສິ້ນຊີວິດເພື່ອເຮົາ ເຊິ່ງໄດ້ຮັບເອົາການລົງໂທດທີ່ເຮົາຄວນໄດ້ ຮັບແທນ. ການຟື້ນຄືນຊີວິດຂອງພຣະອົງເປັນເຄື່ອງພິສູດວ່າ ການສິ້ນຊີວິດຂອງພຣະເຍຊູນັ້ນພຽງພໍກັບຄ່າຄວາມ ບາບຂອງພວກເຮົາ.

d. ພຣະເຈົ້າໄດ້ໃຫ້ອະໄພແລະຍົກໂທດບາບ ແລະ ຊ່ວຍໃຫ້ລອດພົ້ນຈາກຄວາມບາບແກ່ທຸກຄົນ ທີ່ເຊື່ອແລະວາງໃຈ ໃນພຣະອົງ, ການເຊື່ອແລະວາງໃຈໃນການສິ້ນຊິວິດຂອງພຣະອົງ ເໝືອນກັບການຊົດໃຊ້ຄວາມບາບຂອງພວກເຮົາ (ເບິ່ງໃນພຣະທຳຢອນ ບົດທີ 3 ຂໍ້ທີ 16, ພຣະທຳໂຣມບົດທີ 5 ຂໍ້ທີ 1 ແລະ ບົດທີ 8 ຂໍ້ທີ 1).

ນັ້ນຄືຄວາມໝາຍຂອງຄຳວ່າ ການຊ່ວຍໃຫ້ລອດພົ້ນຈາກຄວາມບາບ, ຖ້າທ່ານໄດ້ເຊື່ອແລະວາງໃຈໃນພຣະເຍຊູຄຣີດ ໃຫ້ເປັນເໝືອນພຣະຜູ້ຊ່ວຍໃຫ້ລອດຂອງທ່ານ. ທ່ານຈະໄດ້ຮັການກອບກູ້ຈາກຄວາມບາບ, ຄວາມບາບຂອງທ່ານກໍ່ ຈະໄດ້ຮັບການໃຫ້ອະໄພ ແລະ ພຣະສັນຍາຂອງພຣະເຈົ້າກໍ່ຈະບໍ່ຂາດຫາຍໄປຈາກທ່ານ ແລະ ຈຸດມຸ້ງໝາຍຂອງທ່ານ (ເບິ່ງໃນພຣະທຳໂຣມບົດທີ 8 ຂໍ້ທີ 38-39, ພຣະທຳມັດທີວ ບົດທີ 10 ຂໍ້ທີ 28-29). ຖ້າທ່ານຫາກວາງໃຈໃນ ພຣະເຍຊູພຽງພຣະອົງດຽວ ໃຫ້ເປັນພຣະຜູ້ຊ່ວຍໃຫ້ລອດຂອງທ່ານ ທ່ານກໍ່ຈະໝັ້ນໃຈໄດ້ເລຍວ່າທ່ານຈະໄດ້ໃຊ້ຊີວິດ ທີ່ນິລັນກັບພຣະເຈົ້າບົນແຜ່ນດິນສະຫວັນ!

2. ຄົ້ນຫາຄຣີດສຈັກທີ່ດີ ທີ່ສອນພຣະຄຳພີ.

ຢ່າງຄິດວ່າຄຣີດສະຈັກເປັນຕຶກ ຄຣີດສະຈັກເປັນຄົນ ມັນເປັນເລື້ອງທີ່ສຳຄັນທີ່ສຸດສຳລັບຜູ້ທີ່ເຊື່ອໃນພຣະເຍຊູຄຣີດສ ແລະ ມີຄວາມສົນໃຈຜູ້ອື່ນນັ້ນເປັນຈຸດປະສົງທຳອິດຂອງຄຣີດສະຈັກ. ໃນຂະນະທິ່ທ່ານໄດ້ເຊື່ອ ແລະ ວາງໃຈໃນ ຄຣີດສະຈັກ. ເຮົາກໍ່ຈະສະໜັບສະໜູນໃນການຫາຄຣີດສະຈັກ ທີ່ມີຄວາມເຊື່ອໃນພຣະຄຳພີພື້ນທີ່ຂອງທ່ານ ແລະ ເວົ້າລົມກັບສິດຍາພິບານໃຫ້ໄດ້ຮັບຮູ້ເລື້ອງລາວຂອງທ່ານຜູ້ເປັນຜູ້ຊື່ໃໝ່.

ຈຸດປະສົງທີສອງຂອງຄຣີດສະຈັກຄືການສອນພຣະຄຳພີ: ທ່ານສາມາດຮຽນຮູ້ແລະນຳຄຳສັ່ງສອນຂອງພຣະເຈົ້າ ມານຳໃຊ້ໃນຊິວິດປະຈຳວັນນຂອງທ່ານ. ການເຂົ້າໃຈໃນພຣະຄຳພີຈະເປັນຫຼັກທີ່ຈະເຮັດໃຫ້ການດຳລົງຊິວິດຂອງເຮົາ ປະສົບຜົນສຳຜົນໃນຊິວິດຄຣິດສະຕຽນ. ພຣະທຳ 2 ທິໂທທີ ບົດທີ 3 ຂໍ້ທີ 16 -17 ບອກໄວ້ວ່າ ”ພຣະຄຳພີທຸກ ຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ເປັນປະໂຫຍດໃນການສອນ, ການຕັກເຕືອນວ່າກ່າວ ການປັບປຸງແກ້ໄຂ ຄົນໃຫ້ດີ ແລະ ການອົບຮົມໃນທາງທຳ ເພື່ອຄົນຂອງພຣະເຈົ້າພຽບພ້ອມທີ່ຈະກະທຳດີທຸກຢ່າງ”.

ຈຸດປະສົງທີສາມຂອງຄຣີດສະຈັກຄືການນະມັດສະການ: ການນະມັດສະການຄືການຂອບໃຈພຣະເຈົ້າສຳລັບທຸກສິ່ງທີ່ ພຣະເຈົ້າໄດ້ກະທຳຊ່ວຍກູ້ເຮົາ, ຮັກເຮົາ, ຕຽມເຮົາ, ນຳເຮົາ ແລະ ຊີ້ທາງໃຫ້ກັບເຮົາ. ແລ້ວເຮົາຈະບໍ່ຂອບໃຈພຣະອົງ ໄດ້ແນວໃດ? ພຣະເຈົ້າເປັນຜູ້ທີ່ສົມຄວນທີ່ຈະເຄົາລົບບູຊາ, ຊອບທຳ, ເປັນຄວາມຮັກ, ເປັນຄວາມເມດຕາປານີ ແລະ ເຕັມລົ້ນໄປດ້ວຍຄວາມເມດຕາ. ພຣະທຳວິວອນ ບົດທີ 4 ຂໍ້ທີ 11 ບອກໄວ້ວ່າ “ພຣະອົງຜູ້ເປັນເຈົ້າຂອງຂ້າພຣະອົງ ທັງຫຼາຍ, ພຣະອົງສົມຄວນທີ່ຈະໄດ້ຮັບຄຳສັນລະເສີນ, ພຣະກຽດຕິຍົດ, ລິດທິເດດ ເພາະວ່າ ພຣະອົງໄດ້ສ້າງຊັບ ພຣະສິ່ງທັງປວງ ແລະ ຊັບພະສິ່ງທັງປວງໄດ້ສ້າງຂື້ນແລ້ວ ແລະ ດຳລົງຢູ່ຕາມໃຈຊອບຂອງພຣະອົງ”

3. ໃຫ້ຈັດເວລາສ່ວນໜຶ່ງໃນແຕ່ລະວັນ ເພື່ອທີ່ຈະໄດ້ໄຄຣຄວນກັບພຣະເຈົ້າ.

ມັນເປັນເລື້ອງທີ່ສຳຄັນທີ່ສຸດສຳລັບເຮົາທີ່ຈ ະໃຊ້ເວລາໃນແຕ່ລະວັນໃຄ່ຄວນກັບພຣະເຈົ້າ ບາງຄົນເອີ້ນເວລານີ້ວ່າ “ເວລາພັກສະຫງົບ” ຄົນອື່ນໆອາດຮຽກວ່າ “ການໃຊ້ເວລາສັນລະເສີນພຣະເຈົ້າ” ເພາະວ່າມັນຄືເວລາທີ່ເຮົາໄດ້ ໃຊ້ເວລາກັບພຣະເຈົ້າ, ບາງຄົນກໍ່ໃຊ້ເວລາໃນຕອນເຊົ້າ, ບາງຄົນກໍ່ໃຊ້ໃນເວລາຄໍ່າ ມັນບໍ່ແມ່ນເລື້ອງສຳຄັນວ່າເຮົາ ຈະເອີ້ນເວລານີ້ວ່າແນວໃດ ຫຼື ທ່ານຍາກຈະກະທຳເມື່ອໃດ ຈະຢ່າງໃດກໍ່ຕາມສິ່ງນັ້ນ ເປັນສິ່ງທີ່ທ່ານຕ້ອງການໃຊ້ ເວລາກັບພຣະເຈົ້າຢ່າງສະໝໍ່າສະເໝີເປັນກິດຈະວັດຂອງທ່ານ ບໍ່ວ່າຈະເກີດຫຍັງຂື້ນເຮົາຕ້ອງຕຽມເວລາເຮົາກັບ ພຣະເຈົ້າ?

a. ການອະທິຖານ: ການອະທິຖານຄືການເວົ້າກັບພຣະເຈົ້າທຳມະດາ ແລະ ງ່າຍໆ. ເວົ້າໃນສິ່ງທີ່ທ່ານກ່ຽວຂ້ອງ ຜູກພັນ ແລະ ເປັນບັນຫາຢູ່, ຮ້ອງຂໍພຣະເຈົ້າທີ່ຈະໃຫ້ສະຕິປັນຍາ ແລະ ການນຳ ຈັດຕຽມໃນສິ່ງທີ່ເຮົາຕ້ອງການ ແລະ ບອກພຣະອົງວ່າ ເຮົາຮັກພຣະອົງຫຼາຍຂະໜາດໃດ ແລະ ມີຄວາມຊື່ນຊົມຍິນດີຫຼາຍຊໍ່າໃດໃນສິ່ງທີ່ພຣະອົງໄດ້ ກະທຳໃຫ້ກັບທ່ານ. ນັ້ນລ້ວນເປັນການອະທິຖານທັງສິ້ນ.

b. ການອ່ານພຣະຄຳພີ: ນອກເໜືອຈາກການສອນພຣະຄຳພີໃນຄຣີດສະຈັກ ໃນຊັ້ນວະຣີ ວັນອາທິດ ຫຼື ການສຶກສາ ພຣະຄຳພີ. ທ່ານຈະຕ້ອງອ່ານພຣະຄຳພີດ້ວຍຕົວທ່ານເອງ, ໃນພຣະຄຳພີໄດ້ບັນຈຸທຸກສິ່ງທຸກຢ່າງຂອງທ່ານຢາກຮູ້ ເພື່ອໃຊ້ໃນຊິວິດ. ທ່ານປະສົບຄວນສຳເລັດພຣະຄຳພີຍັງມີຄຳ ແນະນຳຂອງພຣະເຈົ້າຈະໃຫ້ເຮົາໄດ້ຕັດສິນໃຈໄດ້ຢ່າງ ສະຫຼາດ ແລະ ມີສະຕິປັນຍາ ຮູ້ວ່າພຣະເຈົ້າມີພຣະປະສົງແນວໃດ. ທີ່ຈະຮັບໃຊ້ຜູ້ອື່ນໄດ້ຢ່າງໃດ ຈິດວິນຍານຈະໄດ້ ເຕີບຕົວໄດ້ແນວໃດ. ພຣະຄຳພີເປັນພຣະຄຳຂອງພຣະເຈົ້າ ເປັນຄູ່ມືຫຼັກຄຳສອນທີ່ມີຄວາມສຳຄັນຕໍ່ການດຳເນີນຊິວິດ ຈະເປັນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ.

4. ການພັດທະນາຄວາມສຳພັນກັບຜູ້ອື່ນທີ່ສາມາດຊ່ວຍເຫຼືອເຮົາ ຝ່າຍຈິດວິນຍານ.

ພຣະທຳ 1 ໂຄຣີນ ບົດທີ 15 ຂໍ້ທີ 33 ບອກວ່າ “ຢ່າຫຼົງເລຍການຄົບຄົນຊົ່ວຍ່ອມເສຍນິດໄສ” ພຣະຄຳພີມີ ການເຕືອນເຮົາຢ່າງມາກມາຍໃນເລື້ອງຂອງອິດທິພົນ ຫຼື ອຳນາດຂອງ “ສິ່ງຊົ່ວຮ້າຍ” ເຊິ່ງມະນຸດເຮົາມີ ການໃຊ້ກັບ ຜູ້ກ່ຽວຂ້ອງກັບຄວາມບາບເປັນເຫດໃຫ້ເຮົາຖື ກຫຼອກລວງໃຫ້ມີສ່ວນໃນການກະທຳຊົ່ວເຫຼົ່ານັ້ນ ແລະ ສິ່ງຊົ່ວຮ້າຍ ຫຼອກລວງນັ້ນກໍ່ຢູ່ຮອບໆຕົວເຮົາ ແລະ ຈະຖ່າຍທອດມາເຖິງເຮົາດ້ວຍ ນັ້ນກໍ່ເປັນເຫດຜົນທີ່ວ່າ ເປັນຫຍັງມັນຈຶ່ງ ສຳຄັນກັບຜູ້ທີ່ຮັກພຣະອົງ ແລະ ຜູ້ທີ່ພຣະອົງໄວ້ວາງໃຈ.

ໃຫ້ພະຍາຍາມຫາເພື່ອນ 1 ຫຼື 2 ຄົນທີ່ຄຣີດສະຈັກຂອງທ່ານທີ່ຈະສາມາດຊ່ວຍທ່ານ ແລະ ໜູນໃຈທ່ານ (ພຣະທຳ ອີບຣູບົດທີ 3 ຂໍ້ທີ 13 ແລະ ບົດທີ 10 ຂໍ້ທີ 20). ຂໍໃຫ້ເພື່ອນຂອງທ່ານຊ່ວຍເຫຼືອທ່ານໃນການທີ່ຈະອະທິບາຍ ເລື້ອງການພັກສະຫງົບກັບພຣະເຈົ້າ, ເຮັດກິດຈະກຳ ແລະ ເດີນທາງໄປໃນທາງຂອງພຣະເຈົ້າ ແລະ ຂໍໃຫ້ເພື່ອນໆ ຂອງທ່ານເຮັດຕາມທ່ານດ້ວຍ. ແຕ່ນີ້ກໍ່ບໍ່ໄດ້ໝາຍຄວາມວ່າໃຫ້ທ່ານເລີກຄົບກັບເພື່ອນຄົນອື່ນໆ ຂອງທ່ານທີ່ພວກເຂົາ ຍັງບໍ່ທັນໄດ້ຮູ້ຈັກກັບພຣະເຍຊູ ທີ່ເປັນຜູ້ຊ່ວຍໃຫ້ເຮົາລອດ ແຕ່ໃຫ້ດຳເນີນຄວາມສຳພັນກັບເພື່ອນໆຕໍ່ໄປ ແລະ ຮັກ ພວກເຂົາ. ເຫດຜົນງ່າຍໆກໍ່ຄືໃຫ້ເຂົາເຂົ້າໃຈວ່າ, ເມື່ອທ່ານໄດ້ມາຮູ້ຈັກກັບພຣະເຈົ້າ ຊີວິດຂອງທ່ານໄດ້ປ່ຽນໄປແລ້ວ ແລະ ບໍ່ສາມາດກະທຳໃນສິ່ງທີ່ເຄີຍກະທຳແບບເດີມໆໄດ້ອີກ. ຂໍຮ້ອງພຣະເຈົ້າທີ່ຈະໃຫ້ທ່ານມີໂອກາດແບ່ງປັນເລື້ອງ ພຣະເຍຊູກັບເພື່ອນໆຂອງທ່ານ.

5. ການຮັບບັບຕິດສ໌ ມາ

ມີຫຼາຍໆເຂົ້າໃຈຜິດເລື້ອງບັນຕິມາ ຄຳວ່າ ”ບັບຕິດສ໌” ໝາຍເຖິງການຈຸ່ມລົງໃນນໍ້າ ພິທີຈຸ່ມ ຫຼື ພົມນໍ້າເພື່ອລ້າງບາບ ໃນສາດສະໜາຄຣີດສ ເພື່ອປະກາດໃຫ້ສາທາລະນະຊົນຮູ້ວ່າໄດ້ກັບໃຈໃໝ່ ເຊື່ອ ແລະ ວາງໃຈໃນພຣະເຍຊູຄຣີດສ ແລະ ຕົວທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າຈະຕິດຕາມພຣະອົງ. ການຈຸ່ມໃນນໍ້າເປັນການສະແດງໃຫ້ເຫັນເຖິງ ການຖືກຝັງ ໄວ້ກັບຄຣີດສ ການຂື້ນຈາກນໍ້າເປັນການສະແດງໃຫ້ເ ຫັນເຖິງພາບພະເຍຊູຟື້ນຈາກຄວາມຕາຍ. ການໄດ້ຮັບບັບຕິດສ໌ ມາເປັນເໝືອນຕົວທ່ານເຂົ້າສູ່ການຕາຍຂອງເຍຊູ ການຖືກຝັງ ແລະ ການຟື້ນຈາກຄວາມຕາຍ (ເບິ່ງພຣະທຳໂຣມ ບົດທີ 6 ຂໍ້ທີ 3-4).

ການທຳພິທີບັນຕິມາບໍ່ໄດ້ຊ່ວຍໃຫ້ທ່ານໄດ້ຮັບຄວາມລອດ ບໍ່ໄດ້ເປັນການຊຳລະທ່ານຈາກຄວາມຜິດບາບ ພິທີບັບຕິດສ໌ ມາເປັນຂັ້ນຕອນງ່າຍໆໃນການປະກາດຄວາມເຊື່ອ ການໄວ້ວາງໃຈໃຫ້ສາທາລະນະຊົນຮູ້ວ່າພຣະເຍຊູຄຣີດສເປັນ ພຣະອົງດຽວທີ່ສາມາດຈະກະທຳໃຫ້ເຮົາພົ້ນບາບໄດ້ ແລະ ເປັນການປະກາດຄວາມເຊື່ອຂອງທ່ານຕໍ່ ສາທາລະນະ ຊົນວ່າ ທ່ານມີຄວາມເຊື່ອ ແລະ ໄວ້ວາງໃຈໃນອົງພຣະເຍຊູຄຣີດສ. ຖ້າທ່ານພ້ອມທີ່ຈະຮັບບັບຕິດສ໌ມາ. ຈົ່ງໃຫ້ທ່ານ ເວົ້າລົມ ແລະ ແຈ້ງໃຫ້ສິດຍາພິບານຂອງທ່ານຮັບຊາບດ້ວຍ.

English



ກັບໄປທີ່ໂຮມເພດຂອງການແປພາສາ

ຂ້ອຍໄດ້ຮັບເຊື່ອໃນອົງພະເຢຊູເຈົ້າແລ້ວ.. ຕ້ອງເຮັດຫຍັງຕໍ່ຈາກນີ້?
© Copyright Got Questions Ministries