settings icon
share icon
ຄຳຖາມ

ຄຣີດສຕຽນແມ່ນຫຍັງ?

ຄຳຕອບ


ໃນວັດຈະນານຸກົມສະບັບ ເວບສເຕີ ໄດ້ໃຫ້ຄຳອະທິບາຍຄວາມໝາຍຂອງຄຳວ່າ ຄຣີດສຕຽນໄວ້ວ່າ “ຄຣີດສຕຽນຄືບຸກຄົນທີ່ສະແດງວ່າຕົນມີຄວາມເຊື່ອໃນພຣະເຍຊູ ເຊັ່ນດຽວກັບພຣະອົງຄຣີດສ ຫຼືອີກປະການໜຶ່ງກໍ່ຄື ເປັນສາດສະໜາທີ່ຍຶດຄຳສອນຂອງພຣະເຍຊູເປັນຫຼັກ”. ໃນຂະນະດຽວກັນນີ້, ກໍ່ເປັນການເລີ້ມຕົ້ນທີ່ດີໃນເລື້ອງຂອງ ຄວາມເຂົ້າໃຈວ່າ ຄຣີດຕຽນເປັນໄດ້ຫຼາຍກວ່າຄຳທີ່ນິຍາມເອົາໄວ້ຫຼາຍໆຢ່າງໃນໂລກ.

ຄຳວ່າຄຣີດສຕຽນ ໄດ້ໃຊ້ເຖິງ 3 ຄັ້ງໃນພາກພັນທະສັນຍາໃໝ່ (ເບິ່ງພຣະກິດຈະກຳຂອງ ອັດທຣູ ບົດທີ 11 ຂໍ້ທີ 26, ບົດທີ 26 ຂໍ້ທີ 28, ພຣະທຳ 1 ເປໂຕຼບ ບົດທີ 4 ຂໍ້ທີ 16). ພຣະເຍຊູໄດ້ຖືກເອີ້ນທຳອິດວ່າ “ຄຣີດສຕຽນ” ໃນອັນທິໂອກຈ໌ (ເບິ່ງພຣະກິດຈະກຳ ບົດທີ 11 ຂໍ້ທີ 26). ເພາະວ່າພຶດຕິກຳການປະພຶດ, ການງານ ແລະ ການເວົ້າ ຈາທີ່ເປັນເໝືອນພຣະຄຣີດສ. ຄຳວ່າຄຣີດສຕຽນຖືກໃຊ້ມາຕັ້ງແ ຕ່ດັ້ງເດີມໂດຍປະຊາຊົນທີ່ຖືກຂົ່ມເຫັງໃນເມືອງ ອັນທິໂອກ ເໝືອນກັບປະເພດຂອງຊື່ຫຼີ້ນ ຫຼື “ສັນຍານາມທີ່ເປັນຊື່ທີ່ໜ້າດູຖູກ” ແລະ “ສ້າງຄວາມຂັບຂັນ” ຂອງຄຣີດສຕຽນ. ເຊຶ່ງເປັນຄຳຈຳກັດຄວາມທີ່ໃກ້ຄຽງກັນຫຼາຍກັບວັດຈະນານຸກົມສະບັບ ເວບສເຕີໄດ້ໃຫ້ຄຳອະທິບາຍໄວ້.

ໂຊກຮ້າຍທີ່ຄຳວ່າ “ຄຣີດສຕຽນ” ໄດ້ພົບກັບການສູນຫາຍຄັ້ງໃຫຍ່ຂອງຄວາມໝາຍ ເມື່ອເວລາໄດ້ຜ່ານເລຍໄປ ແລະ ຫຼາຍໆຄັ້ງທີ່ຄວາມໝາຍຂອງ “ຄຣີດສຕຽນ” ກໍ່ຖືກນຳໄປໃຊ້ໃນເລື້ອງຂອງສາດສະໜາ ຫຼືເປັນເລື້ອງຕີລາຄາຄວາມ ຊອບທຳ ຫຼືເປັນບົດສອນໃຈທີ່ສູງຄ່າ ແທນທີ່ຈະເປັນເລື້ອງຈິງຂອງການເກີດໃໝ່ອີກຄັ້ງຂອງພຣະເຍຊູຄຣີດສ ຍັງມີຜູ້ ຄົນອີກຫຼາຍທີ່ຍັງບໍ່ທັນໄດ້ເຊື່ອ ແລະ ໄວ້ວາງໃຈໃນພຣະເຍຊູຄຣີດສ ພາພວກເຂົາຄິດ ແລະ ຮູ້ສຶກວ່າ ການທີ່ພວກ ເຂົາໄດ້ເຂົ້າໂບດ ຫຼືໄດ້ຢູ່ກັບຊົນຊາດຂອງພຣະເຈົ້າ ແລະ ການເປັນຄຣີດສຕຽນນັ້ນຮຽບງ່າຍ ແຕ່ ໃນການໄປໂບດ, ການໃຫ້ສິ່ງອື່ນນ້ອຍກວ່າຊະຕາຊີວິດຂອງຕົນເອງ ຫຼືການທີ່ທ່ານໄດ້ເປັນຄົນດີນັ້ນ ບໍ່ສາມາດເຮັດໃຫ້ທ່ານເປັນ ຄຣີດ ຕຽນໄດ້ ຜູ້ປະກາດຂ່າວປະເສີດທ່ານໜຶ່ງວ່າ “ການໄປໂບດຈະບໍ່ສ້າງໃຫ້ຕຣີດສຕຽນຄົນໜຶ່ງ ໄປສູ່ອູ່ສ້ອມລົດ ແລະ ບໍ່ສາມາດສ້າງລົດຄັນນັ້ນຂື້ນມາໄດ້ ການເປັນສະມາຊິກຄຣີດສະຈັກກໍ່ດີ ການຮັບໃຊ້ໃນຄຣີດສະຈັກສະໝໍ່າສະເໝີກໍ່ດີ ຈະນຳການອຸທິດຕົວເຮັດວຽກໃຫ້ກັບຄຣີດ ສະຈັກກໍ່ບໍ່ອາດຈະເຮັດໃຫ້ທ່ານເປັນຄຣີດສຕຽນໄດ້ ”

ໃນພຣະຄຳພີໄດ້ສອນໃຫ້ພວກເຮົາຮູ້ວ່າ ການງານທີ່ດີກໍ່ບໍ່ໄດ້ໃຫ້ເຮົາຕ້ອນຮັບພຣະເຍຊູຄຣີດສໄດ້ (ໃນພຣະທຳ ທີຕັດສ ບົດທີ 3 ຂໍ້ທີ 5) ແຈ້ງໃຫ້ແກ່ພວກເຮົາວ່າ “ພຣະອົງໄດ້ຊ່ວຍໃຫ້ພວກເຮົາລອດ ບໍ່ແມ່ນດ້ວຍການກະທຳທີ່ ຊອບທຳຂອງພວກເຮົາເອງ ແຕ່ພຣະອົງໄດ້ຊົງພຣະກະລຸນາຊຳລະໃນໃຈເຮົາ ມີໃຈທີ່ບັງເກີດໃໝ່ ແລະ ສ້າງເຮົາຂື້ນ ມາໃໝ່ດ້ວຍວິນຍານທີ່ບໍລິສຸດ ດັ່ງນັ້ນຄຣີດສຕຽນຈຶ່ງເປັນຜູ້ທີ່ໄ ດ້ຮັບການປັງເກີດໃໝ່ໂດຍອົງພຣະຜູ້ເປັນເຈົ້າ” (ໃນ ພຣະທຳຢອດ ບົດທີ 3 ຂໍ້ທີ 3, ຂໍ້ທີ 7, ເປໂຕຣ ບົດທີ 1 ຂໍ້ທີ 23) ແລະໄດ້ໃຊ້ຄວາມເຊື່ອຄວາມໄວ້ວາງໃຈ ແລະ ຄວາມສັດທາໄວ້ໃນພຣະອົງເຢຊູຄຣີດສ ເຈົ້າພຣະທຳເອເຟຊັບ ບົດທີ 2 ຂໍ້ທີ 8 ກ່າວໄວ້ວ່າ ”ດ້ວຍວ່າທ່ານທັງຫຼາຍ ລອດນັ້ນກໍ່ລອດໂດຍພຣະຄຸນ ເພາະຄວາມເຊື່ອ ແລະ ບໍ່ແມ່ນຕົວທ່ານທັງຫຼາຍກະທຳເອງ, ແຕ່ແມ່ນພຣະເຈົ້າປະ ທານໃຫ້” ແທ້ທີ່ຈິງ ຄຣີດສຕຽນເປັນຄົນທີ່ຮູ້ວ່າຕົນເ ອງຮູ້ສຶກເສຍໃຈທີ່ຕົນເອງໄດ້ກະທຳບາບຜິດລົງໄປ ແລະ ໄດ້ວາງ ຄວາມເຊື່ອຄວາມສັດທາ ແລະ ຄວາມໄວ້ໃຈໃຫ້ພຣະເຈົ້າ ຄວາມໄວ້ໃຈຕໍ່ພຣະເຈົ້າຂອງພວກເຂົາບໍ່ໄດ້ເປັນໄປຕາມ ຫຼັກສາສະໜາ ຫຼືຮວບລວມທີ່ສຳຄັນ, ແຕ່ເອົາຄວາມສຳນຶກຮັບຜິດຊອບ ຫຼືການລົງລາຍຊື່ຂອງສິ່ງທີ່ຄວນເຮັດ ຫຼືບໍ່ສົມຄວນເຮັດໄວ້ດ້ວຍ.

ແຕ່ໃນຄວາມເປັນຈິງກໍ່ຄືຜູ້ຄົນທີ່ໄວ້ຄວາມເຊື່ອໃຫ້ແກ່ພຣະເຢຊູຄຣີດສ ແລະ ຄວາມຈິງທີ່ວ່ານັ້ນກໍ່ຄືການທີ່ພຣະອົງໄດ້ ສີ້ນຊີວິດຢູ່ເທິງໄມ້ກາງເຂນ ເພື່ອຈ່າຍຄວາມຜິດບາບໃຫ້ແກ່ພວກເຮົາ ແລະ ຟື້ນຂື້ນຈາກຄວາມຕາຍໃນວັນທີ 3 ເຊິ່ງໄດ້ນຳເອົາໄຊຊະນະເໜືອຄວາມຕາຍ ແລະ ປະທານຊີວິດທີ່ນິລັນໃຫ້ແກ່ພວກເຮົາທຸກຄົນທີ່ເຊື່ອໃນພຣະອົງ (ເບິ່ງ ພຣະທຳຢອນ ບົດທີ 19 ຂໍ້ທີ 12) ທີ່ໄດ້ແຈ້ງໃຫ້ພວກເຮົາວ່າ “ແຕ່ສ່ວນບັນດາຜູ້ທີ່ຮັບພຣະອົງ ຜູ້ທີ່ເຊື່ອໃນນາມ ຂອງພຣະອົງ ພຣະອົງກໍ່ໄດ້ປະທານສິດໃຫ້ເປັນບຸດຂອງພຣະເຈົ້າ ຄວາມຈິງແລ້ວຄຣີດສຕຽນ ກໍ່ຄືລູກຂອງພຣະເຈົ້າ ຢ່າງແທ້ຈິງ, ເປັນສ່ວນໜຶ່ງໃນຄອບຄົວຂອງພຣະຄຣີດສຢ່າງແທ້ຈິງ ແລະ ເປັນຄົນດຽວທີ່ໄດ້ໃຫ້ຊີວິດໃໝ່ໃນພຣະ ຄຣີດສ” ຄວາມໝາຍສຳຄັນທີ່ຖືກຕ້ອງກໍ່ຄືຄວ າມຮັກຜູ້ອື່ນເຊື່ອຟັງພຣະວາຈາຂອງພຣະເຈົ້າ (ໃນພຣະທຳຢອນ ບົດທີ 1 ຂໍ້ທີ 4 ແລະ ບົດທີ 2 ຂໍ້ທີ 10).

ທ່ານໄດ້ຕັດສິນໃຈເຊື່ອພະເຈົ້າ ເພາະສິ່ງທີ່ທ່ານໄດ້ອ່ານພົບຈາກບ່ອນນີ້ ແມ່ນຫລືບໍ່? ຖ້າແມ່ນ.. ກະລຸນາຄລິກປຸ່ມ “ຂ້ອຍໄດ້ຮັບພະຄຣິດເຂົ້າມາໃນຊີວິດຕັ້ງແຕ່ວັນນີ້”

English



ກັບໄປທີ່ໂຮມເພດຂອງການແປພາສາ

ຄຣີດສຕຽນແມ່ນຫຍັງ?
© Copyright Got Questions Ministries