settings icon
share icon
ຄຳຖາມ

ແມ່ນຫຍັງຄືຈຸດມຸ້ງໝາຍທີ່ທ່າ ນໄດ້ຕ້ອນຮັບພະເຍຊູເຂົ້າມາໃນຊີວິດ ທີ່ພຣະອົງເປັນເໝືອນກັບຜູ້ທີ່ຊ່ວຍເຫຼືອ ເຮົາໃຫ້ພົ້ນຈາກຄວາມບາບ?

ຄຳຕອບ


ທ່ານເອງເຄີຍໄດ້ຕ້ອນຮັບພະເຍຊູໃຫ້ເປັນຜູ້ຊ່ວ ຍເຫຼືອທ່ານໃຫ້ພົ້ນຈາກຄວາມບາບແລ້ວຫຼືບໍ່? ກ່ອນທີ່ທ່ານ ຈະຕອບຄຳຖາມນີ້ ຂໍໃຫ້ເຮົາໄດ້ອະທິບາຍຄວາມໝາຍຂອງຄຳຖາມນີ້ເສຍກ່ອນ ເພື່ອທີ່ຈະໄດ້ເຂົ້າໃຈໃນຄຳຖາມນັ້ນ ຢ່າງຖືກຕ້ອງ ສິ່ງທຳອິດທີ່ທ່ານຕ້ອງເຂົ້າໃຈໃຫ້ຖືກຕ້ອງກໍ່ຄື “ພຣະເຍຊູ” “ຕົວເອງ” “ພຣະຜູ້ໄຖ່”.

ພຣະເຍຊູແມ່ນໃຜ? ຫຼາຍໆຄົນອາດຈະຮູ້ຈັກວ່າ ພຣະເຍຊູ ເປັນເໝືອນຜູ້ຊາຍທີ່ດີຄົນໜຶ່ງ, ເປັນຄູທີ່ຍິ່ງໃຫຍ່ ຫຼື ແມ້ນກະທັ້ງວ່າເປັນຜູ້ເຜີຍແຜ່ວະຈະນະຂອງພຣະເຈົ້າ. ທີ່ກ່າວມານີ້ເປັນຄຳຈຳກັດຄວາມທີ່ຖືກຕ້ອງທີ່ສຸດຂອງພຣະເຍຊູ ແຕ່ກໍ່ບໍ່ໄດ້ກຳນົດລົງຢ່າງຊັດເຈນວ່າ ແທ້ຈິງແລ້ວພຣະອົງແມ່ນໃຜ. ໃນພຣະຄຳພີໄດ້ແຈ້ງແກ່ພວກເຮົາວ່າ ພຣະເຍຊູ ເປັນພຣະເຈົ້າທີ່ຢູ່ໃນຮ່າງກາຍຂອງມະນຸດ, ເປັນພຣະເຈົ້າທີ່ກາຍຮ່າງມາເປັນມະນຸດ (ໃນພຣະຄຳພີຢອນ ບົດທີ 1 ຂໍ້ທີ 1 ແລະ ຂໍ້ທີ 14). ພຣະເຈົ້າລົງມາຍັງໂລກເພື່ອສອນພວກເຮົາ, ຮັກສາພວກເຮົາ, ລົງໂທດພວກເຮົາ, ໃຫ້ອະ ໄພເຮົາ ແລະ ຕາຍເພື່ອເຮົາ. ພຣະເຍຊູ ຄຣີດສ ຄືພຣະເຈົ້າ, ຜູ້ສ້າງຊັບພະສິ່ງ, ເປັນຈອມພິທັກທີ່ຍິ່ງໃຫຍ່ ແລະທີ່ກ່າວມາທັງໝົດນີ້ ຈະກະທຳໃຫ້ທ່ານໄດ້ຕ້ອນຮັບພຣະເຍຊູ ຄຣີດສໄດ້ແລ້ວຫຼືບໍ່?

ແມ່ນຫຍັງຄືພຣະໄຖ່ເຮົາຈາກຄວາມບາບ ແລະ ເປັນຫຍັງເຮົາຈຶ່ງຕ້ອງການພຣະໄຖ່? ໃນພຣະທຳ ກໍ່ໄດ້ແຈ້ງແກ່ເຮົາ ວ່າເຮົາທຸກຄົນເປັນຄົນບາບ ມານຊາຕານໄດ້ລິດອຳນາດໃນການຫຼອກລວງຂອງມັນຜູກມັດເຮົາ (ເບິ່ງໃນພຣະທຳໂຣມ ບົດທີ 3 ຂໍ້ທີ 10-18) ເພາະເຫດນັ້ນຜົນຂອງມັນຄື ພວກເຮົາກໍ່ຕົກຢູ່ໃນຄວາມບາບນັ້ນ ເຮົາກໍ່ເປັນຜູ້ທີ່ສົມຄວນແລ້ວ ກັບການລົງໂທດທີ່ພິໂຣດ ແລະ ການພິພາກສາຂອງພຣະເຈົ້າ. ການລົງໂທດເປັນຫົນທາງດຽວເທົ່ານັ້ນສຳລັບການກະ ທຳຄວາມຜິດບາບ ເມື່ອທຽບກັບຄວາມເປັນນິລັນຂອງພຣະເຈົ້າ ແລະ ການທີ່ພຣະເຈົ້າເປັນຜູ້ພິພາກສານິລັນ (ພຣະທຳໂຣມບົດທີ 6 ຂໍ້ທີ 23, ພຣະທຳວິອນ ບົດທີ 20 ຂໍ້ທີ 11-15). ນັ້ນຄືເຫດຜົນທີ່ວ່າເປັນຫຍັງເຮົາຕ້ອງ ການຜູ້ໄຖ່ !

ພຣະເຍຊູ ຄຣີດສ ສະເດັດລົງມາໂລກນີ້ ແລະ ສີ້ນຊີວິດແທນພວກເຮົາ. ເພາະວ່າພຣະອົງເປັນພຣະເຈົ້າທີ່ຢູ່ໃນ ຮ່າງກາຍຂອງມະນຸດ ການສີ້ນຊີວິດຂອງພຣະເຍຊູ ຈຶ່ງເປັນການໄຖ່ບາບທີ່ບໍ່ສິ້ນສຸດຂອງພວກເຮົາ (ເບິ່ງໃນພຣະທຳ 2 ໂຄຣິນ ບົດທີ 5 ຂໍ້ທີ 21) ພຣະເຍຊູສິ້ນຊີວິດ ເພື່ອຈ່າຍຄ່າຄວາມບາບຂອງພວກເຮົາ (ເບິ່ງໃນພຣະທຳໂຣມບົດທີ 5 ຂໍ້ທີ 8) ພຣະເຍຊູຈ່າຍຄ່າຄວາມບາບຂ ອງເພື່ອພວກເຮົາທັງຫຼາຍຈະຕ້ອງບໍ່ໄດ້ຈ່າຍເອງ. ພຣະເຍຊູຟື້ນຈາກຄວາມ ຕາຍເພື່ອພິສູດໃຫ້ເຫັນວ່າ ການສິ້ນຊີວິດຂອງພະອົງນັ້ນ ພຽງພໍແລ້ວກັບຄ່າຄວາມຜິດບາບຂອງພວກເຮົາ ນັ້ນກໍ່ເປັນ ເພາະເຫດຜົນທີ່ວ່າ ພຣະເຍຊູເປັນພຣະຜູ້ໄຖ່ຄວາມຜິດບາບຂອງເຮົາພຽງອົງດຽວ (ໃນພຣະຄຳພີຢອນ ບົດທີ 14 ຂໍ້ທີ 6, ພຣະກິດຈະກຳຂອງອັກຄະຣະທູດ ບົດທີ 4 ຂໍ້ທີ 12). ແລ້ວທ່ານຈະວາງໃຈໃຫ້ພຣະເຍຊູເປັນພຣະໄຖ່ ຂອງທ່ານໄດ້ແລ້ວບໍ່?

ທ່ານໃຫ້ພຣະເຍຊູເປັນພຣະໄຖ່ “ສ່ວນຕົວ” ຂອງທ່ານແລ້ວຫຼືບໍ່? ມີຄົນຫຼວງຫຼາຍທີ່ມອງວ່າຊາວຄຣີດສຕຽນຕ້ອງໄປໂບດ ໄປເຮັດພິທີຕ່າງໆຮ່ວມກັນໃນໂບດ ບໍ່ປະຕິບັດແບບນັ້ນ ບໍ່ແມ່ນຊາວຄຣີດສ. ແທ້ຈິງແລ້ວຊາວຄຣີດສກໍ່ຄືບຸກຄົນທີ່ມີຄວາມສຳພັນອັນດີກັບພຣະເຍຊູ ຄຣີດສ ຍອມໃຫ້ທ່ານເປັນ ຜູ້ຊ່ວຍໃຫ້ລອດ ນັ້ນກໍ່ໝາຍຄວາມວ່າຕົວຂອງທ່ານເອງຈະຕ້ອງຍອມຮັບ ມີຄວາມເຊື່ອແລະໄວ້ວາງໃຈກັບພຣະອົງ ເສຍກ່ອນ ບໍ່ມີໃຜທີ່ຈະປົກປ້ອງຜູ້ທີ່ມີຄວາມເຊື່ອທີ່ແຕກຕ່າງກັນ ບໍ່ມີໃຜທີ່ຈະຍົກໂທດໃຫ້ແກ່ຜູ້ທີ່ກະທຳບາບໄດ້ຢ່າງ ແນ່ນອນ ມີທາງດຽວທີ່ເຮົາຈະໄດ້ຮັບບການປົກປ້ອງກໍ່ຄື ການທີ່ຈະມີຄົນຕ້ອນຮັບພຣະເຍຊູຄຣີດສ ເປັນພຣະຜູ້ຊ່ວຍ ໃຫ້ລອດ ເຊື່ອແລະໄວ້ວາງໃຈໃນການສິ້ນຊີວິດ ຂອງພຣະເຍຊູ ປຽບເໝືອນການຊຳລະໂທດບາບຜິດຂອງທ່ານ ແລະ ການຟື້ນຈາກຄວາມຕາຍທີ່ເປັນກາ ນຍືນຍັງວ່າທ່ານໄດ້ຈະໄດ້ຮັບຊີວິດທີ່ເປັນນີລັນ (ເບິ່ງພຣະທຳຢອນ ບົດທີ 3 ຂໍ້ທີ 16). ທ່ານໄດ້ຮັບພຣະເຍຊູເປັນພຣະຜູ້ຊ່ວຍໃຫ້ລອດສຳລັບຕົວເອງຫຼືຍັງ?

ຖ້າຫາກທ່ານຕ້ອງການຮັບເອົາພຣະເຍຊູເປັນພຣະຜູ້ຊ່ວຍໃຫ້ລອດ ໃຫ້ກ່າວຄຳເວົ້າເຫຼົ່ານີ້ກັບພຣະເຈົ້າ. ຈົ່ງຈຳໄວ້ສະ ເໝີວ່າ ຜູ້ກ່າວຄຳອະທິຖານ ຫຼືຜູ້ອະທິຖານເພື່ອຈະບໍ່ຮັບເອົາການປົກປ້ອງ. ທາງດຽວເທົ່ານັ້ນຄື ການວາງໃຈ ເລະ ເຊື່ອໃຈໃນພຣະຄຣີດສ ເພື່ອພຣະອົງຈະປົກປ້ອງທ່ານຈາກຄວາມບາບໄດ້. ນີ້ເປັນຄຳອະທິຖານງ່າຍໆທີ່ບອກແກ່ ພະເຈົ້າວ່າ ຕົວທ່ານເອງນັ້ນເຊື່ອແລະວາງໃຈໃນພຣະອົງ ແລະ ຂໍຂອບໃຈພຣະອົງສຳລັບການຊ່ວຍໃຫ້ພົ້ນຈາກ ບຶງໄຟນາຮົກ ແລະ ໃຫ້ເຮົາມີຊີວິດລອດຈາກຄວາມບາບ “ຂ້າແຕ່ພຣະບິດາ ຂ້າພຣະອົງ ຮູ້ວ່າຂ້າພຣະອົງມີຄວາມ ບາບ ແລະ ສົມຄວນທີ່ຈະໄດ້ຮັບການລົງໂທດຢ່າງສາສົມນັ້ນ, ແຕ່ພຣະເຍຊູຄຣີດສໄດ້ຮັບເອົາໂທດບາບຂອງຂ້າ ພະອົງນັ້ນໄປ ເພື່ອທີ່ຈະໃຫ້ຂ້າພະອົງໄດ້ຜ່ານຄວາມເຊື່ອ ແລະ ການໄວ້ວາງໃຈໃນພຣະອົງນັ້ນ. ຂ້າພຣະອົງໄດ້ ຮັບການອະໄພບາບ. ຂ້າພຣະອົງຫັນກັບຈາກຄວາມບາບຜິດທັງໝົດທັງສີ້ນແລ້ວ ແລະ ມີຄວາມເຊື່ອວ່າພຣະອົງນັ້ນ ຊ່ວຍໃຫ້ຂ້າພຣະອົງຈາກຄວາມບາບໄດ້. ນະບັດນີ້ຂ້າພຣະອົງຂໍຕ້ອນຮັບພຣະເຍຊູຄຣີດສເຂົ້າມາເປັນພຣະຜູ້ຊ່ວຍ ໃຫ້ລອດຂອງຂ້າພຣະອົງ ແລະ ຂອບໃຈສຳລັບຄວາມເມດຕາອັນແສນວິເສດ ອະໄພບາບຜິດ ແລະ ຂໍປະທານໃຫ້ກັບ ຂ້າພຣະອົງ ຄືຊີວິດນີລັນ” ອາເມນ!"

ທ່ານໄດ້ຕັດສິນໃຈເຊື່ອພະເຈົ້າ ເພາະສິ່ງທີ່ທ່ານໄດ້ອ່ານພົບຈາກບ່ອນນີ້ ແມ່ນຫລືບໍ່? ຖ້າແມ່ນ.. ກະລຸນາຄລິກປຸ່ມ “ຂ້ອຍໄດ້ຮັບພະຄຣິດເຂົ້າມາໃນຊີວິດຕັ້ງແຕ່ວັນນີ້”

English



ກັບໄປທີ່ໂຮມເພດຂອງການແປພາສາ

ແມ່ນຫຍັງຄືຈຸດມຸ້ງໝາຍທີ່ທ່ານໄດ້ຕ້ອນຮັບພະເຍຊູເຂົ້າມາໃນຊີວິດ ທີ່ພຣະອົງເປັນເໝືອນກັບຜູ້ທີ່ຊ່ວຍເຫຼືອ ເຮົາໃຫ້ພົ້ນຈາກຄວາມບາບ?
© Copyright Got Questions Ministries