settings icon
share icon
ຄຳຖາມ

ແມ່ນຫຍັງຄືແຜນການເພື່ອຊ່ວຍໃຫ້ລອດພົ້ນຈາກບາບ ແລະ ບຶງໄຟນາລົກ?

ຄຳຕອບ


ທ່ານຫີວບໍ່? ແຕ່ຫາກບໍ່ແມ່ນການຫີວຂອງທາງຮ່າງກາຍ ແຕ່ທ່ານເປັນຜູ້ທີ່ຕ້ອງການບາງສິ່ງບາງ ຢ່າງຫຼາຍກວ່າໃນຊີວິດນີ້ແມ່ນບໍ່? ທ່ານມີບາງຢ່າງທີ່ຢູ່ລຶກຢູ່ພາຍໃ ນເຊິ່ງເໝືອນວ່າທ່ານບໍ່ເຄີຍພໍໃຈມັນມີບໍ່? ຖ້າມີພຣະເຍຊູຄືທາງນັ້ນ “ພຣະອົງເປັນອາ ຫານແຫ່ງຊີວິດ” ຜູ້ທີ່ມາຫາເຮົາຈະບໍ່ຫີວ ແລະ ຜູ້ທີ່ວາງໃຈເຮົາຈະບໍ່ກະຫາຍອີກ (ເບິ່ງໃນພຣະທຳຢອນ ບົດທີ 6 ຂໍ້ທີ 35).

ທ່ານເປັນຄົນສັບສົນຫຼືບໍ່? ທ່ານເຄີຍບໍ່ທີ່ຈະຄົ້ນຫາວິຖີຊີວິດ ຫຼືບໍ່ກໍ່ເປົ້າໝາຍໃນຊີວິດ? ທ່ານເຄີຍເປັນເໝືອນຜູ້ທີ່ດັບໄຟ ແລະ ຫາສະວິດໄຟບໍ່ພົບແດ່ບໍ່? ຖ້າເປັນເຊັ່ນນັ້ນ, ພຣະເຍຊູຄືທາງນັ້ນ! ພຣະເຍຊູໄດ້ຕັດວ່າ “ເຮົາເປັນຄວາມສະ ຫວ່າງຂອງໂລກ” ຜູ້ທີ່ຕາມເຮົາຈະບໍ່ເດີນຢູ່ຄວາມມືດ ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ” (ເບິ່ງໃນພຣະທຳຢອນ ບົດທີ 8 ຂໍ້ທີ 12).

ທ່ານເຄີຍຄິດວ່າຊີວິດຂອງທ່ານຈະບໍ່ຮາບຮື່ນຕິດໆຂັດໆຫຼືບໍ່? ທ່ານເຄີຍໄດ້ພະຍາຍາມຫາຫຼາຍວິທີທາງພຽງພໍ ເພື່ອຈະຫາວ່າແມ່ນຫຍັງທີ່ຢູ່ເບື້ອງຫຼັງນັ້ນ ຈັ່ງແມ່ນຫວ່າງເປົ່າ ແລະ ບໍ່ມີຄວາມໝາຍບໍ່? ທ່ານເຄີຍໄດ້ຄົ້ນຫາວິທີ ການ ຫຼືຫົນທາງເພື່ອເຂົ້າມາຕີ່ມເຕັມໃຫ້ຊີວິດຂອງທ່ານຫຼືບໍ່? ຖ້າແມ່ນ ພຣະເຍຊູຄືທາງນັ້ນ ພຣະເຍຊູໄດ້ຕັດວ່າ “ເຮົາເປັນປະຕູ, ຖ້າຜູ້ໃດເຂົ້າມາທາງເຮົາຜູ້ນັ້ນຈະລອດ ເພາະເຂົາຈະເຂົ້າອອກ ແລະ ພົບອາຫານ” (ເບິ່ງໃນພຣະທຳຢອນ ບົດທີ 10 ຂໍ້ທີ 9).

ທ່ານເຄີຍຜິດຫວັງໃນຕົວຂອງຄົນອື່ນຫຼືບໍ່? ຄວາມສຳພັນຂອງທ່ານນັ້ນຜີວເຜີນ ແລະ ບໍ່ມີຄວາມໝາຍແມ່ນບໍ່? ທ່ານເຄີຍມີຄວາມຮູ້ສຶກເໝືອນກັບ ວ່າທ່ານຖືກທຸກໆຄົນເອົາຮັດເອົາປຽບແດ່ບໍ່? ຖ້າເປັນເຊັ່ນນັ້ນ ພຣະເຍຊູຄືທາງນັ້ນ ພຣະເຍຊູໄດ້ຕັດວ່າ “ເຮົາເປັນຜູ້ລ້ຽງທີ່ດີ, ຜູ້ລ້ຽງທີ່ດີນັ້ນຕ້ອງຍອມສະຫຼະຊີວິດຕົນເອງເພື່ອຝູງແກະຂອງເຮົາ ແລະ ແກະຂອງເຮົາກໍ່ຈະຮູ້ຈັກເຮົາ” (ເບິ່ງໃນພຣະທຳຢອນ ບົດທີ 10 ຂໍ້ທີ 11 ແລະຂໍ້ທີ 14).

ທ່ານເຄີຍສົງໃສຫຼືບໍ່ວ່າຈະເກີດຫຍັງຂື້ນໃນຊີວິດນີ້? ທ່ານຮູ້ສຶກອິດເມື່ອຍກັບການໃຊ້ຊີວິດຢູ່ບົນສິ່ງທີ່ເນົ່າເປື່ອຍ ແລະ ເສື່ອມໂຊມຢູ່ຫຼືບໍ່? ໃນບາງຄັ້ງທ່ານເຄີຍສົງໃສຢູ່ບໍ່ວ່າຊີວິດທ່ານມີຄວາມໝາຍພຽງໃດ? ທ່ານຕ້ອງການມີຊີວິດຫຼັງ ຄວາມຕາຍຫຼືບໍ່? ຖ້າເປັນເຊັ່ນນັ້ນ ພຣະເຍຊູຄືທາງນັ້ນ! ພຣະເຍຊູໄດ້ຕັດວ່າ “ເຮົາເປັນເຫດໃຫ້ຄົນທັງປວງຟື້ນຂື້ນ ແລະ ມີຊີວິດ ຜູ້ທີ່ວາງໃຈໃນເຮົານັ້ນ ເຖິງແມ່ນວ່າເຂົາຈະຕາຍແລ້ວກໍ່ຍັງມີຊີວິດອີກ ແລະທຸກຄົນທີ່ມີຊີວິດ ແລະ ວາງໃຈໃນເຮົາຈະບໍ່ຕາຍເລີຍ ທ່ານເຊື່ອແບບນີ້ຫຼືບໍ່?” (ເບິ່ງໃນພຣະທຳຢອນ ບົດທີ 10 ຂໍ້ທີ 25 - 26).

ແມ່ນຫຍັງຄືທາງນັ້ນ? ແມ່ນຫຍັງຄືຄວາມຈິງ? ແມ່ນຫຍັງຄືຊີວິດ? ພຣະເຍຊູຕັດໄວ້ວ່າ “ເຮົາເປັນທາງນັ້ນເປັນ ຄວາມຈິງ ແລະ ເປັນຊີວິດ” ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກຈະມາທາງເຮົາ (ເບິ່ງໃນພຣະທຳຢອນ ບົດທີ 14 ຂໍ້ທີ 6)

ຄົນທີ່ຫີວຕາມທ່ານເຂົ້າໃຈຄືຜູ້ທີ່ຫີວຝ່າຍຈິດວິນຍານ ແລະ ສາມາດເຕີມໄດ້ໂດຍພຣະເຍຊູເທົ່ານັ້ນ ພຣະເຍຊູເປັນ ຜູ້ດຽວທີ່ຈະສາມາດຍົກສິ່ງຊົ່ວຮ້າຍຂື້ນ ພຣະເຍຊູເປັນປະຕູນຳໄປສູ່ຄວາມພໍໃຈໃນຊີວິດ ພຣະເຍຊູເປັນເພື່ອນ ແລະ ຜູ້ລ້ຽງທີ່ທ່ານສາມາດຄົ້ນຫາໄດ້ ພຣະເຍຊູເປັນຊີວິດໃນໂລກນີ້ ແລະ ໂລກໜ້າ ພຣະເຍຊູເປັນທາງແຫ່ງຄວາມ ພົ້ນບາບ!

ເຫດຜົນທີ່ທ່ານຮູ້ສຶກເຖິງຄວາມຫີວ ຄວາມຕ້ອງການ ເຫດຜົນທີ່ເໝືອນກັບວ່າທ່ານໄດ້ຫຼົງຫາຍໄປກັບສິ່ງຊົ່ວຮ້າຍ ເຫດຜົນທີ່ທ່ານເອງບໍ່ສາມາດທີ່ຈະຫາຄວາມໝາຍໃນຊີວິດໄດ້, ນັ້ນເປັນເພາະວ່າທ່ານຖືກແຍກອອກຈາກພຣະເຈົ້າ ພຣະຄຳພີໄດ້ບອກແກ່ພວກເຮົາວ່າ “ພວກເຮົາທັງຫຼາຍໄດ້ກະທຳບາບ ແລະ ຖືກແຍກອອກຈາກພຣະເຈົ້າ” (ເບິ່ງໃນພຣະທຳປັນຍາ ບົດທີ 7 ຂໍ້ທີ 20, ບົດທີ 2 ຂໍ້ທີ 23). ທ່ານຮູ້ສຶກເຖິງຄວາມວ່າງເປົ່າໃນຫົວໃຈນັ້ນ ເປັນເພາະພຣະວະຈະນະ ຂອງພຣະເຈົ້າໄດ້ຫາຍຈາກຊີວິດຂອງທ່ານ ເຮົາໄດ້ສ້າງສຳພັນຂື້ນມາກັບພຣະເຈົ້າເນື່ອງ ຈາກຄວາມບາບຂອງເຮົາ. ເຮົາຖືກຕັດຂາດຈາກຄວາມສຳພັນອັນດີນັ້ນ ແມ້ນແຕ່ເປັນເລື້ອງທີ່ບໍ່ດີນັກ ເພາະຄວາມບາບຂອງພວກເຮົາທັງຫຼາຍເປັນເຫດໃຫ້ພວ ກເຮົາທັງຫຼາຍຖືກແຍກອອກຈາກພຣະເຈົ້າຊົ່ວນີລັນ ທັງຊີວິດນີ້ແລະຊີວິຢູ່ໃນໂລກໜ້າ (ພຣະທຳໂຣມບົດທີ 6 ຂໍ້ທີ 23, ພຣະທຳຢອນ ບົດທີ 3 ຂໍ້ທີ 36).

ທ່ານສາມາດແກ້ໄຂບັນຫານີ້ໄດ້ແນວໃດ? ພຣະເຍຊູຄືທາງນັ້ນ! ພຣະເຍຊູໄດ້ຮັບເອົາຄວາມບາບຂອງພວກເຮົາທັງ ຫຼາຍອອກໄປດ້ວຍພຣະອົງເອງ (ເບິ່ງໃນພຣະທຳ 2 ໂຄຣີນ ບົດທີ 5 ຂໍ້ທີ 21, ພຣະທຳໂຣມບົດທີ 5 ຂໍ້ທີ 8). ພຣະເຍຊູສິ້ນຊີວິດເພື່ອວ່າເຮົາຈະໄດ້ນຳເອົາ ການພິພາກສາທີ່ເຮົາສົມຄວນທີ່ຈະໄດ້ຮັບນັ້ 3 ວັນຕໍ່ມາພຣະເຍຊູກໍ່ໄດ້ຟື້ນ ຈາກຄວາມຕາຍ (ພຣະທຳໂຣມບົດທີ 6 ຂໍ້ທີ 4-5). ພຣະອົງໄດ້ກະທຳສິ່ງນີ້ຫຼືບໍ່? ພຣະອົງໄດ້ຕອບຄຳຖາມນີ້ດ້ວຍ ພຣະອົງເອງ (ເບິ່ງໃນພຣະທຳຢອນ ບົດທີ 15 ຂໍ້ທີ 13) ວ່າ ”ບໍ່ມີຜູ້ໃດມີຄວາມຮັກຍິ່ງໃຫຍ່ກວ່ານີ້ ການທີ່ຜູ້ໃດ ຜູ້ໜຶ່ງໄດ້ສະຫຼະຊີວິດຂອງຕົນເພື່ອມິດສະຫາຍຂອງຕົນ” ພຣະອົງໄດ້ສິ້ນຊີວິດເພື່ອໃຫ້ພວກເຮົາລອດ, ມີຊີວິດຢູ່ ຖ້າພວກເຮົາເຊື່ອ ແລະ ໄວ້ໃຈໃນພຣະເຍຊູຄຣີດສ ເຊື່ອໃນການສີ້ນຊີວິດຂອງພຣະອົງ ທີ່ເປັນການຈ່າຍຄ່າບາບໃຫ້ ແກ່ພວກເຮົາ. ຄວາມບາບຂອງພວກເຮົາທັງໝົດ ກໍ່ໄດ້ຮັບການໃຫ້ອະໄພ ແລະ ຖືກຊຳລະໃຫ້ສະອາດ ແລ້ວພວກເຮົາ ກໍ່ຈະເປັນຜູ້ທີ່ພໍໃຈໃນການຫີວຝ່າຍວິນຍານ ຄວາມສະຫວ່າງກໍ່ຈະກັບຄືນມາ ເຮົາກໍ່ມີວິທີເຊິ່ງເຮັດໃຫ້ຊີວິດສົມບູນຂື້ນ. ເຮົາຈະຮູ້ຈັກກັບເພື່ອນທີ່ດີທີ່ສຸດຢ່າງແທ້ຈິງ. ເຮົາຈະຮູ້ວ່າຊີວິດຫຼັງຄວາມຕາຍຈະເປັນແນວໃດ. ຊີວິດທີ່ຄືນກັບມາ ໃໝ່ໃນແຜ່ນດິນສະຫວັນຊົ່ວນີລັນກັບພຣະເຈົ້າຄຣີດສ !

ໃນພຣະທຳຢອນ ບົດທີ 3 ຂໍ້ທີ 16 ຂຽນໄວ້ວ່າ “ເພາະວ່າພຣະເຈົ້າຮັກໂລກຈຶ່ງໄດ້ປະທານບຸດ ທີ່ມີ ພຽງອົງດຽວຂອງພຣະອົງ ເພື່ອບຸກຄົນທີ່ໄວ້ໃຈໃນພຣະບຸດນັ້ນຈະບໍ່ພິນາດ ແຕ່ມີຊີວິດນິລັນ”

ທ່ານໄດ້ຕັດສິນໃຈເຊື່ອພະເຈົ້າ ເພາະສິ່ງທີ່ທ່ານໄດ້ອ່ານພົບຈາກບ່ອນນີ້ ແມ່ນຫລືບໍ່? ຖ້າແມ່ນ.. ກະລຸນາຄລິກປຸ່ມ “ຂ້ອຍໄດ້ຮັບພະຄຣິດເຂົ້າມາໃນຊີວິດຕັ້ງແຕ່ວັນນີ້”

English



ກັບໄປທີ່ໂຮມເພດຂອງການແປພາສາ

ແມ່ນຫຍັງຄືແຜນການເພື່ອຊ່ວຍໃຫ້ລອດພົ້ນຈາກບາບ ແລະ ບຶງໄຟນາລົກ?
© Copyright Got Questions Ministries